ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສາມັນ ລະຫວ່າງ 11 ກົມກອງພາກເໜືອລາວ
ຮ່ວມກັບກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ


    ກອງປະຊຸມສາມັນປະຈໍາປີ 2023 ລະຫວ່າງ 11 ກົມກອງພາກເໜືອລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດ
ນາມ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2023 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ເຊິ່ງກອງພົນທີ 2 ໄດ້ຮັບກຽດເປັນເຈົ້າພາບ
ຈັດກອງປະຊຸມດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ມີກອງພົນທີ 3, ໂຮງຮຽນ
ກໍ່ສ້າງນາຍສິບ ເລກ 1 ແລະ ກອງບັນຊາການທະຫານ 8 ແຂວງພາກເໜືອຂອງລາວ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນຕີ ຟ້າມ ຮົ່ງເຈືອງ
ຫົວໜ້າກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ໃນກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນສຸມປີຜ່ານມາ, ໂດຍຍົກ
ໃຫ້ເຫັນຈຸດພິເສດສະພາບການຂອງໂລກ, ພາກພື້ນ, ສະພາບພົ້ນເດັ່ນຢູ່ພາຍໃນປະເທດ ແລະ ບັນດາກົມກອງຂອງຕົນ ເປັນຕົ້ນແມ່ນວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສ້າງສາພັດທະນາເສັ້ນຊາຍແດນລາວ-ຫວຽດນາມ, ການກໍ່ສ້າງພະນັກງານ, ການຊອກ
ຂຸດຄົ້ນຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນມາຕຸພູມ, ການຊ່ວຍເຫຼືອກໍ່
ສ້າງພື້ນຖານໂຄງລ່າງເຕັກນິກການທະຫານ, ການແພດ, ການສ້າງເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ບັນຫາອື່ນໆ ທີ່ຈະຕ້ອງເສີມຂະຫຍາຍ,
ສືບຕໍ່ປັບປຸງແກ້ໄຂຮ່ວມມືໃນຕໍ່ໜ້າໃຫ້ມີຄວາມຮັດແໜ້ນຂຶ້ນເປັນກ້າວໆ, ຍູ້ແຮງການພັດທະນາຂອງສອງປະເທດກໍ່ຄືກໍາລັງຫຼວງ-ກໍາລັງທ້ອງຖິ່ນ 11
ກົມກອງພາກເໜືອລາວ ແລະ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ກ້າວສູ່ລວງເລິກ. ທັງນີ້ ກໍເພື່ອປະຕິບັດ
ຕາມບົດບັນທຶກສັນຍາພົວພັນຮ່ວມມືທີ່ໄດ້ລົງນາມນໍາກັນໃນຄັ້ງ ວັນທີ 2 ສິງຫາ 2022 ຢູ່ທີ່ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນ
ຫວຽດນາມ, ໄດ້ຈັດຕັ້ງແຮກສ່ຽວນໍາກັນ ໂດຍສະເພາະບັນດາກອງບັນຊາການທະຫານແຂວງ ແລະ ກົມກອງ ທີ່ມີຊາຍແດນຕິດຈອດກັນ ຕ້ອງໄດ້
ມີການເຄື່ອນໄຫວພົວພັນແຮກສ່ຽວແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ເພື່ອເສີມຂະຫຍາຍມູນເຊື້ອແຫ່ງຄວາມສາ
ມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ລາວ-ຫຽວດນາມ ເວົ້າລວມ, ເວົ້າສະເພາະກໍຄືບັນ
ດາກົມກອງທະຫານພາກເໜືອຂອງລາວ ກັບ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

     ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມື້ໃນຊຸມປີຜ່ານມາ,
ພ້ອມທັງໃຫ້ທິດຊີ້ນໍາຕໍ່ການກຳນົດທິດທາງແຜນການເນື້ອໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກົມກອງພາກເໜືອຂອງລາວ ກັບ
ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາໃ ໃນຊຸມປີຕໍ່ໜ້າ. ກອງປະຊຸມທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນລົງນາມ
ເຊັນບົດບັນທຶກຊ່ວຍຈໍາສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາງໜ້າຝ່າຍລາວໂດຍ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າ
ການທະຫານກອງພົນທີ 2, ຕາງໜ້າຝ່າຍຫວຽດນາມ ໂດຍ ສະຫາຍ ພົນຕີ ຟ້າມ ຮົ່ງເຈືອງ ຫົວໜ້າກອງບັນຊາການທະຫານເຂດ 2 ກອງທັບປະ
ຊາຊົນຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ແຫຼ່ງທີ່ມາ ສຸວັນໂນ ທະລັງສີ
ວັນທີ 15/08/2023